ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີເຊັນສັນຍາໂຄງການ ລົງທຶນຮ່ວມພັດທະນາສະໜາມຍິງປືນອາຊຽນ

     ວັນທີ 22 ທັນວາ 2023 ນີ້, ຢູ່ທີ່ຫ້ອງປະຊຸມ ກົມໃຫຍ່ເສນາທິການກອງທັບ ໄດ້ເຊັນສັນຍາໂຄງການ ລົງທຶນຮ່ວມພັດທະນາສະ
ໜາມຍິງປືນ ອາຊຽນ ຫຼັກ 27 ລະຫວ່າງ ກົມໃຫຍ່ເສນາທິການກອງທັບ (ເຈົ້າຂອງໂຄງການ) ກັບ ບໍລິສັດ ທ່ອງທ່ຽວລ້ານຊ້າງຊຽງທອງ
ຈໍາກັດຜູ້ດຽວ (ຜູ້ຮ່ວມລົງທຶນພັດທະນາ), ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງ
ກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ທ່ານ ໂຍມາ ອິນທະວົງ ປະທານບໍລິສັດ ທ່ອງທ່ຽວລ້ານຊ້າງຊຽງທອງ ຈໍາ
ກັດຜູ້ດຽວ ພ້ອມດ້ວຍຄະນະ, ຜູ້ຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊຊະນະ ມະນີວັນ ຫົວໜ້າພະແນກສັງລວມ ກົມຊ່າງແສງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ
ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ, ຊ່ວຍວຽກ ຕິດຕາມການລົງທຶນຮ່ວມພັດທະນາສະໜາມຍິງປືນອາຊຽນ ສ້າງເປັນເຂດບໍລິການ-ທ່ອງທ່ຽວ
ຈັດກິດຈະກໍາກິລາ ປະເພດຕ່າງໆ ຂອງບໍລິສັດທ່ອງທ່ຽວລ້ານຊ້າງຊຽງທອງ ຈໍາກັດ ແລະ ແກ້ໄຂຊົດເຊີຍຜົນກະທົບທີ່ດິນບຸກຄົນ, ອີງຕາມ
ຫນັງສືສະເຫນີ ຂອງບໍລິສັດທ່ອງທ່ຽວລ້ານຊ້າງຊຽງທອງ ຈໍາກັດຜູ້ດຽວ ວ່າດ້ວຍການສະເຫນີຂໍ້ລົງທຶນຮ່ວມພັດທະນາ ໃນກິດຈະການສະ
ຫນາມຍິງປືນ ອາຊຽນ ຫລັກ 27 ຂອງກະຊວງປ້ອງກັນປະເທດ, ອີງຕາມຂໍ້ຕົກລົງຂອງກົມໃຫຍ່ເສນາທິການ ສະບັບເລກທີ 2419/ກສນ,
ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ, ຊ່ວຍວຽກ ສົມທົບກັບບໍລິສັດທ່ອງທ່ຽວຊຽງທອງລ້ານຊ້າງ ຈໍາກັດຜູ້ດຽວ ລົງສໍາຫລວດ, ກວດກາ ແລະ
ເກັບກໍາຂໍ້ມູນຕ່າງໆ ຢູ່ພາຍໃນສະຫນາມຍິງປືນອາຊຽນ, ອີງຕາມ ມະຕິກອງປະຊຸມຄະນະປະຈໍາພັກ ກົມໃຫຍ່ເສນາທິການ ແລະ ມະຕິ
ກອງປະຊຸມຄະນະປະຈໍາພັກກະຊວງປ້ອງກັນປະເທດ ເຫັນດີໃຫ້ການຮ່ວມມື ກັບບໍລິສັດທ່ອງທ່ຽວລ້ານຊ້າງຊຽງທອງ ຈໍາກັດຜູ້ດຽວ ເພື່ອ
ລົງທຶນພັດທະນາສະຫນາມຍິງປືນອາຊຽນ ສ້າງເປັນເຂດບໍລິການ-ທ່ອງທ່ຽວ ແລະ ຈັດກິດຈະກໍາກິລາ ປະເພດຕ່າງໆ, ເພື່ອເຮັດໃຫ້ການຊີ້
ນໍາ, ຄຸ້ມຄອງ, ຕິດຕາມ, ກວດກາໂຄງການຂໍລົງທຶນ ຮ່ວມພັດທະນາສະຫນາມຍິງປືນອາຊຽນ ຂອງບໍລິສັດ ກັບ ກະຊວງປ້ອງກັນປະເທດ
ແລະ ການຊົດເຊີຍດ້ານການເງິນ ໃຫ້ບັນດາຄອບຄົວ, ບຸກຄົນທີ່ຖືກຜົນກະທົບ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບໜານຜົນ, ຈາກ
ນັ້ນ ສະຫາຍ ພັນເອກ ສີແພງ ອ່ອນປະເສີດ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການ ໄດ້ຜ່ານເນື້ອໃນໜັງສືສັນຍາ ການຮ່ວມທຶນພັດ
ທະນາໂຄງການ, ໂອກາດດັ່ງກ່າວ, ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າຄະນະຊີ້ນໍາການຕິດຕາມ ເຈົ້າຂອງໂຄງການ ແລະ ທ່ານ ໂຍມາ
ອິນທະວົງ ປະທານບໍລິສັດ ທ່ອງທ່ຽວລ້ານຊ້າງຊຽງທອງ ຈໍາກັດຜູ້ດຽວ ຜູ້ຮ່ວມລົງທຶນພັດທະນາ ໄດ້ລົງນາມເສັນສັນຍາຮ່ວມກັນຢ່າງເປັນ
ທາງການ, ພ້ອມນັ້ນ ບໍລິສັດ ທ່ອງທ່ຽວລ້ານຊ້າງຊຽງທອງ ຈໍາກັດຜູ້ດຽວ ຍັງໄດ້ມອບເງິນພັນທະ ໃຫ້ກົມໃຫຍ່ເສນາທິການກອງທັບ ຈໍາ
ນວນ 200.000 ໂດລາ ສະຫະລັດ.

 

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 26/12/2023